ວິືທີການເລືອກຊື້ໂປແກມໃຫ້ເໝາະກັບອົງກອນ
ໃນການເລືອກຊື້ ໂປແກມໃຫ້ໃຫ້ເໝາະກັບອົງກອນ ສິ່ງສຳຄັນສຸດຄືອໃຫ້ລິສລາຍການຄວາມຕ້ອງການ ແລະຈຸດປະສົງທັ້ງໝົດຂອງອົງກອນ ເພື່ອເຂົ້າໄປປຶກສາທາງຜູ້ຜລິດຊອຟແວຕ່າງໆວ່າໂປແກມນັ້ນ ຮອງຮັບຄວາມຕ້ອງການໄດ້ໝົດຫຼືບໍ່ມີ Featureຮອງຮັບຄວາມຕ້ອງການຂອງອົງກອນຫຼືບໍ່ ຈາກນັ້ນໃຫ້ລອງກວດສອບການທຳງານ ເພຶ່ອເບຶ່ງຄວາມຍາກງ່າຍ ແລະຄວາມຖູກຕ້ອງຂອງໂປແກມ ແລະຫັວຂ້ອຕ່າງໆທີ່ຄວນຖາມກັບຜູ້ຈຳໜ່າຍຊອຟແວ ກ່ອນການຕັດສິນໃຈເລືອກຊື້້ ດັງນີ້
1.ວິທີການຄືນເຄື່ອງ
ທຸກອົງກອນ ເມື່ອລູກຄ້າຊື້ໄປຫຼືເຮາໄປຊື້ສິນຄ້າມາ ອາຈມີບາງເຫດການ ສິນຄ້າເກິນ ສິນຄ້າເພໄດ້ ດັງນັ້ນ ລະບົບທີ່ດີຕ້ອງສາມາດຄືນສິນຄ້າໄດ້ ແມ້ວ່າຈະອອກໃບພາສີໄປແລ້ວ ການຄິດຕົ້ນທຶນສິນຄ້າ ຈຳນວນສິນຄ້າ ພາສີທີ່ເກິດຂຶ້ນ ລ້ວນແລ້ວມີຜົນກະທົບທັ້ງໝົດ ດັງນັ້ນຕ້ອງກວດສອບໃຫ້ດີວ່າ ລະບົບເຮັດໄດ້ຫຼືບໍ່ ແລະສະດວກ ໄວແຄ່ໄໜ
2.ວິທີການຄືນເງີນ
ເຊ່ນເດີຍວກັບຂໍ້ 1 ຖ້າມີເຫດການ ຮັບເງີນເກີນ ຫຼືຈ່າຍເງີນຂາດໄປ ລະບົບຕ້ອງຮອງຮັບ ແລະຮອງຮັບຜົນກະທົບທີ່ເກີດຂຶ້ນໄດ້ຍ່າງຖືກຕ້ອງ ຂະນະດຽວກັນການເຮັດວຽກຕ້ອງບໍ່ຍຸ່ງຍາກ ເຊ່ນກັນ
3.ຮອງຮັບໂປໂມຊັ່ນ
ລະບົບທີ່ດີຕ້ອງສາມາດຕັ້ງຄ່າໂປໂມຊັ່ນເພື່ອກະຕຸ້ນຍອດຂາຍສິນຄ້າໄດ້ ຍ່າລືມເບີ່ງຄວາມສາມາດຂອງການເຮັດໂປໂມຊັ່ນດ້ວຍ ເຊ່ນການໃຫ້ POINT ການຫຼຸດລາຄາຕາມຊ່ວງໂມງທີ່ຕ້ອງການ ການໃຊ້ຄູປອງ ບັດກຳນັນ ຫຼືສິດທິພິເສດສຳຫຼັບລູກຄ້າສມາຊິກເປັນຕົ້ນ
4.ລະບົບບັນຊີຈຳເປັນຫຼື ບໍ່
ຂໍ້ເສຍຂອງໂປແກມທີ່ລວມລະບົບ ບັນຊີໃວ້ໃນໄຕດຽວກັນກັບຊອຟແວ ບໍລິຫານໜ້າຮ້ານແລະບລິຫານສາງສິນຄ້າ ຄື ເມື່ອມີການແກ້ໄຂໃດໆ ກັບການຊື້ຂາຍທີ່ໂພສລົງລະບົບບັນຊີໄປແລ້ວ ການແກ້ໄຂຕ່າງໆຈະເຮັດໄດ້ຍາກດັງນັ້ນ SeniorSoftpromaxxໄດ້ແຍກລະບົບບັນຊີອອກມາແຕ່ສາມາດເຊື່ອມຕໍ່ເພື່ອນຳຂໍ້ມູນການຊື້ຂາຍ ໄປລົງລະບົບບັນຊີໄດ້ຍ່າງງ່າຍ
5.ລະບົບກຳໜົດສິດພນັກງານ
ມີລະບົບກຳໜົດສິດພນັກງານທີ່ແບ່ງງານກັນຊັດເຈນ ຍ່າລືມວ່າບໍ່ແມ່ນພນັກງານທຸກຄົນ ທີ່ສາມາດເບຶ່ງຕົ້ນທຶນແລະກຳໄລຂອງບໍລິສັດໄດ້
6.ລະບົບSecurity
ລະບົບທີ່ເຮດວຽກເທິງ Cloud ຕ້ອງເບຶ່ງຄວາມເຊື່ອມັ່ນຂອງຜູ້ໃຫ້ບໍລິການ ຄວາມເຊື່ອມັ່ນດ້ານຄວາມປອດໄພຂອງຂໍ້ມູນແລະປະສິດທິພາບການຈັດແຈງດ້ານປັນຫາຕ່າງໆ ເພຶ່ອບໍ່ໃຫ້ລະບົບຍຸດຊະງັກ
7.ການບໍລິການຫຼັງການຂາຍ
ການບໍລິການຫຼັງການຂາຍເປັນແນວໄດ໋ ເກິດປັນຫາແຈ້ງບ່ອນໄດ໋ ແລະການໃຫ້ບໍລິການເຮັດໄດ້ຍ່າງໄດ໋
8.ຄວາມຕໍ່ເນື່ອງຂອງການພັດທະນາ
ມີການພັດທະນາຕໍ່ຍອດລະບົບ ເວົ້າວ່າເປັນໂປແກມທີ່ມີການພັດທະນານຕໍ່ເນື່ອງ ຮອງຮັບການເປີ່ຍນແປງໃນອະນາຄົ ບໍ່ແມ່ນເປັນໂປແກມຍຸດນິ່ງຫຼືໂປແກມຕາຍ ເວົ້າວ່າພັດທະນາແລ້ວຈົບ ຂາດຜູ້ພັດທະນາຕໍ່ ເປັນຕົ້ນ
9.ການເຮັດວຽກຕ້ອງບໍ່ຊັບຊ້ອນ
Softwareທີ່ດີຈະຕ້ອງເຂ້າເຖິງທຸກວັຍ ລວມໄປເຖິງຄົນທີ່ມີພື້ນເພການໃຊ້ງານຄອມພິວເຕີບໍ່ສູງກໍ່ຕ້ອງສາມາດໃຊ້ງານໄດ້ດ້ວຍ
10.ການເບິ່ງລາຍງານຜົນປະກອບການ
ການເບິ່ງລາຍງານຜົນປະກອບການ
ມີວິທີເອິ້ນເບິ່ງລາຍງານ ທີ່ຊັບຊ້ອນຫຼືບໍ່ ເພາະເວລເປັນສິ່ງສຳຄັນ ເຈ້າຂອງກິຈການຄົງບໍ່ຍາກເສຍໂມງກັບການຕ້ອງມານັ່ງເຮັດວຽກຊ້ຳຊ້ອນເພື່ອຮອຖ່າເບິ່ງລາຍງານຜົນປະກອບການ
11.ການຈຳກັດຈຳນວນສິນຄ້າທີ່ໃສ່ໄດ້
ຍ່າລືມກວດສອບໃຫ້ດີວ່າ ສາງສິນຄ້າໃສ່ສິນຄ້າໄດ້ຈິງ ຈຳນວນທໍ່ໄດ໋ ມີການຈຳກັດຈຳນວນສິນຄ້າຫຼືບໍ່ ຖ້າຫຼາຍກວ່າທີ່ກຳໜົດໄວ້ເສຍເງີນຕື່ມອີກທໍ່ໄດ໋
12.ການຈຳກັດຈຳນວນບິນທີ່ອອກ
ບາງຊອຟແວມີການຈຳກັດ ຈຳນວນທີ່ອອກໃນແຕ່ລະມື້ ຫຼືໃນແຕ່ລະເດືອນ ກວດສອບໃຫ້ດີກ່ອນຕັດສິນໃຈຊື້
© Copyright Seniorsoft Development 2016